Updated: 10/19/2019

 Main Home

News

Forum

Laos

Europe

USA

Australia

Canada

FAQs


Mr. Sisouvanh Sangbouaboulom Funeral

(October 5th, 2019)

Some pics of Mr. Sisouvanh Sangbouaboulom Funeral

                                       (October 5th, 2019, Vientiane, Laos)

Mr. Sisouvanh Sangbouaboulom, you were a good man, you were good friend to all of us.  You will be missed forever.  May your beautiful soul rest peacefully in Heaven.

        ຄອບ​ຄົວ​ສັງ​ບົວ​ບູ​ລົມ ໄດ້​ສູນ​ເສັຍ ທ່ານ ສີ​ສຸ​ວັນ ສັງ​ບົວ​ບົວ​ບູ​ລົມ​, ຊຶ່ງ​ເປັນ ສາ​ມີ, ເປັນ​​ເສົາຫຼັກ​ຂອງ​ຄອບ​ຄົວ, ເປັນ​ພໍ່​ທີ່​ແສນ​ເຄົາ​ລົບຂອງ​ລູກໆ, ເປັນເພື່ອນ​ຮຽນຮ່ວ​ມ​ຫ້ອງ​ແລະ​ໂຮງ​ຮຽນ​​ດ້ວຍ​ກັນ​ໃນ​ອະ​ດີດ​ກັ​ບ​ພວກ​ເຮົາ​ຫຼາຍ​ຄົນ ລວມ​ທັງ​ເພື່ອນໆ​ ອະ​ດີດ ນັກ​ຮຽນ​ວິ​ທະ​ຍາ​ລັຍ​ວັນ​ນະ​ເຂດ​ທັງ​ຢູ່​ໃນ​ປະ​ເທດ​ລາວ​ແລະ​ໃນ​ຕ່າງ​ປະ​ເທດ. ຄອບ​ຄົ​ວ​ສັງ​ບົວ​ບູ​ລົມ ຂໍ​ສະ​ແດງ​ຄວາມ​​ຂອບ​ໃ​ຈ​ຢ່າງ​ລົ້ນ​ເຫຼືອ ມາ​ຍັງບັນ​ດາ​ທ່ານ​ທັງຫຼາຍ​ທີ່​ໄດ້​ມາ​ຮ່ວມ​ແບ່ງ​​ເບົາ​ເອົາ​ຄວາມ​ທຸກ​ໂສກ​ຂອ​ງ​ຄອບ​ຄົວ ສັງ​ບົວ​ບູ​ລົມ​ໃນ​ການ​ສູນ​ເສັຍ ທ່ານ​ສີ​ສຸ​ວັນ​ສັງ​ບົວ​ບູ​ລົມ​ໃນ​​ຄັ້ງ​ນີ້. ພິ​ເສດ​ແມ່ນ ທ່ານ ພູ​ວົງ ​ກໍ​ຣະ​ສັກ ພ້ອມ ຍາ​ນາງ​ກາບ​ຊ້ອນ ກໍ​ຣະ​ສັກ, ທ່ານ Dr. Thamom Insal, ທ່ານ ອິນ​ຕອງ ອຸ​ດົມ, ທ່ານ ດ​ຣ ສົມ​ພອນ ພົນອາ​ສາ, ທ່ານ ຈີ​ວອນ ອຸ​ດົມ, ທ່ານ ສຳ​ລານ ສີ​ວົງ​ທອງ, ທ່ານ ພອນ​​ຈະ​ເ​ຣີນ ນົນ​ທະ​ໄຊ, ທ່ານຄຳ​ໝັ້ນ ພິ​ລາ​ວົງ, ທ່ານ ດ​ຣ ສຸນ​ທອນ ເກດ​ພັນ, ທ່ານ ວິ​ສັນ ນະ​ລົງ​ສັກ, ທ່ານ ແສງ​ທອງ ​ຈິ​ຕ​ພົງ, ແລະ ອີກຫຼາຍໆ​ທ່ານ ທີ່​ບໍ່​ໄດ້​ກ່າວ​ຊື່​ພວກ​ເພິ່ນ ຂໍ​ໂທດ​ດ້ວຍ. ພ້ອມ​ທັງ​ ຍາດ​ຕິ​ພີ່​ນ້ອງ​ທັງ​ໃກ້​ແລະ​ໄກ, ລວມ​ທັງບັນ​ດາ​ທ່ານ​ທີ່​ໃຈ​ບຸນ​ທັງຫຼາຍ ຊຶ່ງ​ໄດ້​ຮ່ວມ​ກິນຮ່ວມ​ທ່ານ​ ແລະ ຊ່ວຍ​ແບ່ງ​ເບົາ​ເອົາ​ຄວາມ​​ທຸກໂສກ​ ຂອງຄອບ​ຄົວ ສັງ​ບົວ​ບູ​ລົມ​ນຳດ້ວຍ.  ຂໍ​ໃຫ້​ສ່ວນ​ບຸນ​ກຸ​ສົນ​ນັ້ນ ຈົ່ງ​ສະ​ທ້ອນ​ກັ​ບ​ຄືນ​ສູ່​ຄອບ​ຄົວ​ບັນ​ດາ​ທ່ານ​ທັງຫຼາຍ ໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ໃນ​ພາ​ລະ​ໝ້າ​ທີ່​ການ​ງານ, ມີ​ສຸ​ຂ​ພາບ​ເຂັ້ມ​ແຂງຊົ່ວກາ​ລະ​ນານ​ເທີ້ນ. 

        ນອກ​ຈາກ​ນີ້ ບັນ​ດາ ເພື່ອນ​ໆຈາກຕ່າງ​ແດນ​ຊຶ່ງ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼື​ອ​ອູ້ມ​ທັງ​ກຳ​ລັງ​ໃຈ​ແລະ​ປັດ​ຈັຍ​ທັງ​ຊັບ​ດ້ວຍ​ ​ບັນ​ດາ​ຄອ​ບ​ຄົວ​ເພື່ອນ​ໆຈາກ​ USA, Canada, Australia, ແລະ France ເປັນ​ຕົ້ນ ຄອບ​ຄົວ ທ່ານ ແກ້ວ​ອຸ​ດອນ ແລະ ​ຍາ​ນາງ ສາຍ​ຄຳ ເດດ​ວົງ​ສາ (USA), ຄອບ​ຄົວ ທ່ານ ອິນ​ແປງ ​ແລະ ຍາ​ນາງ ເພັງ ຂັນ​ທ່ຽງ (USA), ຄອບ​ຄົວ ທ່ານ ບຸນ​ລ້ຽງ ແລະ ຍານ​າງ ຈັນ​ທະ​ຈອນ ນຽມ​ທະ​ຈິດ (USA), ຄອບ​ຄົວ ທ່ານ ສຸ​ກັນ ແລະ ຍາ​ນາງ ແປງ​ທອງ ໄຊ​ຍະ​ພອນ (USA), ​ຄອບ​ຄົວ ຍາ​ອ້າຍ ວົງ ແລະ ຍາ​ນາງ manisorn paspaporn (Canada), ຄອບ​ຄົວຍາ​ນາງ ຄຳ​ໄພ ຣັດ​ຕະ​ນະ​ກອນ (Australia), ຄ​ຄ ທ່ານ ລະ​ຄອນ​ຄຳ ພະ​ໄກ​ສອນ (Australia), ​ຄ​ຄ ຍາ​ນາງດວງ​ເດັ່ນ ສູ້ຍ​ສົມ​ພົງ (Australia), ຄ​ຄ ຍາ​ນາງ ແກ້ວ​ມຸກ​ດາ ຊຸມ​ພົນ​ພັກ​ດີ (Australia), ​ຄ​ຄ ທ່ານ ຄຳ​ບອນ ວໍ​ຣະ​ສານ (Australia), ຄ​ຄ ທ່ານໄພ​ທູນ ກອງໄຊ​ຍະ​ສັກ (Australia) ແລະ ​ຄ​ຄ ອື່ນໆ ທີ່​ບໍ່​ໄ​ດ້​ເລົ່າ​ຊື່​ໃນ​​ທີ່​ນີ້, ຄ​ຄ ທ່ານ ຄຳ​ພິກ ພາ​ນຸ​ວົງ(France), ​ຄ​ຄ ​ຍາ​ນາງ Lithnarie youtrichanthachack (France), ຄ​ຄ ທ່ານ ດ​ຣ ຍັ​ທະ​ພອນ (France) , ຄ​ຄ ທ່ານ ຫ່ວງ​ແກ້ວ(Fance), ຄ​ຄ ທ່ານ ສົມ​ເພັດ (France), ແລະ ຄອບ​ຄົວ​​ອື່ນໆ. ຕ້ອງຂໍ​ອະ​ພັຍ​ລ່ວງ​ໝ້າ​ ຕໍ່ ບັນ​ດາ​​ທ່ານ​ທີ່​ບໍ່​ໄດ້​ກ່າວ​ໃນ​ນີ້ ຄອບ​ຄົວ ສັງ​ບົວ​ບູ​ລົມ ຂໍ​ຂອບ​ໃຈ ແລະ ຂໍ​ອວຍ​ພອນ​ແດ່ ບັນ​ດາ​ທ່ານ​ທັງຫຼາຍ​ ພ້ອມ ຄອບ​ຄົວ ຈົ່ງ​ມີ ແຕ່​ຄວາມ​ອຸ​ດົມ​ສົມ​​ບູນ​ທັງ​ຊັບ​ແລະ​ປັນ​ຍາ, ມີ​ສຸ​ຂ​ພາບ​ເຂັ້ມ​ແຂງ​ປັ​ສ​ຈາກໂຣກ​ພັຍ​ນາໆຕະ​ລອດ​ກາ​ລະ​ນານ​ດ້ວຍ​ເທີ້ນ.

xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx

ຄວາມ​ເຫັນ​ສ່ວນ​ຕົວ ຂອງ ແກ້ວ​ອຸ​ດອນ ເດດ​ວົງ​ສາ ໃນ​ການ​ສູນ​ເສັຍ​ທ່ານ ສີ​ສຸ​ວັນ​ ສັງ​ບົວ​ບູ​ລົມ

ຄອບ​ຄົວ​ສັງ​ບົວ​ບູ​ລົມ ໄດ້​ສູນ​ເສັຍ ທ່ານ ສີ​ສຸ​ວັນ ສັງ​ບົວ​ບົວ​ບູ​ລົມ​, ຊຶ່ງ​ເປັນ ສາ​ມີ, ເປັນ​​ເສົາຫຼັກ​ຂອງ​ຄອບ​ຄົວ, ເປັນ​ພໍ່​ທີ່​ແສນ​ເຄົາ​ລົບຂອງ​ລູກໆ, ເປັນເພື່ອນ​ຮຽນຮ່ວ​ມ​ຫ້ອງ​ແລະ​ໂຮງ​ຮຽນ​​ດ້ວຍ​ກັນ​ໃນ​ອະ​ດີດ​ກັ​ບ​ພວກ​ເຮົາ​ຫຼາຍ​ຄົນ ລວມ​ທັງ​ເພື່ອນໆ​ ອະ​ດີດ ນັກ​ຮຽນ​ວິ​ທະ​ຍາ​ລັຍ​ສວັນ​ນະ​ເຂດ​ທັງ​ຢູ່​ໃນ​ປະ​ເທດ​ລາວ​ແລະ​ໃນ​ຕ່າງ​ປະ​ເທດ.

ສະ​ເພາະ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ ສີ​ສຸ​ວັນ ນອກ​ຈາກ​ເປັນເພື່ອນ​ຮ່ວມ​ຮຽ​ນ, ຮ່ວມຫຼິ້ນ, ຮ່ວມກິນ​, ຮ່ວມ​ຊີ​ວິດ, ຮ່ວມ​ໂຊກ​ຊາ​ຕາ​ກັມ​ໃນ​ຍາມ​ສຸກ​ ຍາມ​ທຸກ ແລ້ວ ສີ​ສຸ​ວັນ​ຍັງ​ເປັນ ອ​າ​ຈານ, ເປັນ​ນັກ​ວິ​ຊາ​ການ, ເປັນທີ່​ປຶກ​ສາ ຂອງ​ຂ້າ​ພະ​ເຈົ້າ ໃນ​ຫຼາຍໆ​ດ້ານ. ສີ​ສຸ​ວັນ​ເປັນ​ນັກ​ຮຽນ​ຮູ້​ດ້ວຍ​ຕົນ​ເອງ, ເປັນ​ນັກ​ດົນ​ຕ​ຣີ, ເປັນ​ນັກ​ກະ​ວີ, ເປັນ​ນັກ​ແຕ່ງ ນັກປະ​ພັນ​ອີກ​ແລະ​ທັງ​ເປັນ ນັກ​ຮ້ອງ ທີ່​ມີ​ສຽງອຳ​ມະ​ຕະ​ອອນ​ຊອນ​ດີ​ອີກ​ດ້ວຍ. ສີ​ສຸ​ວັນ ມີ​ຄວາມ​ຊຳ​ນານ​ດ້າ​ນ ຖ່າຍ​ຮູບ ແລະ ​computer software and hardware. ສີ​ສຸ​ວັນ​ເປັນ co-founder ທີ່​ສຳ​ຄັນ, ເປັນ​ນັກ​ວິ​ຊາ​ການ​ຜູ້​ທຳ​ອິດ​ທີ່​ຊຸກ​ຍູ້ໃຫ້​ເກີດ lyceesavanh.net website ຂຶ້ນ​ມາ​ຊຶ່ງ​ມີ​ອາ​ຍຸ​ໄດ້​ສິບກວ່າ​ມາ​ແລ້ວ. ທ່ານ​ສີ​ສຸ​ວັນ ເປັນ​ເສົາ​ຫຼັກຂອງ​ຄອບ​ຄົວ ສັງ​ບົວ​ບູ​ລົມ, ສະ​ເພາະ​ຂ້າ​ພະ​ເຈົ້​າ ໃນ​ນາມ co-founder ແລະ ເປັນ  lyceesavanh webmaster ກໍ​ກຳ​ລັງ ເສັຍ​ເສົາຫຼັກ ຂອງ lyceesavanh.net ຢູ່. ພວກ​ເຮົາ​ຊ່ວຍ​ກັນ​ປຶກ​ສາ​ຫາ​ລື ແລະ ຊ່ວຍ​ກັນ​ແກ້​ບັນ​ຫາ​ຕ່າງໆ ​ຕ່າງ​​ຄົນ ກໍຕ່າງຮຽນ​ຮູ້ ແລະ ກໍ share ກັນ​ໃນ​ທຸກໆ​ດ້ານ ແບບ​ຊື່​ສັດ​ຈິງ​ໃຈ ແລະ ພ້ອມ​ກັນ​ຮຽນ​ຮູ້​ໄປ​ເລື້ອຍໆ. ການ​ສູນ​ເສັຍ ​ທ່ານ​ສີ​ສຸ​ວັນ​ໄປ ປຽບ​ເໝືອນ ຂ້າ​ພະ​ເຈົ້າ​ໄດ້​ເສັຍ​ມື​ໄປ​ອີກ​ເບື້ອງ​ນຶ່ງ​, ບໍ່​ຮູ້​ວ່າ ຕໍ່​ໝ້າ​ນີ້ ຊາ​ຕາ​ກັມ ຂອງ lyceesavanh.net ຈະ​ເປັນ​ແນວ​ໃດ?

ເວ​ລາ​ຍັງ​ມີ​ຊີ​ວິດ​ຢູ່ ສີ​ສຸ​ວັນ​ເປັນ​ຄົນດີ, ​ທ່ານ ສີ​ສຸ​ວັນ​ມີ​ໝູ່​​ເພື່ອນ ຮັກ​ແພງ​ທົ່ວ​ໂລກ ບໍ່​ວ່າ ຢູ່ ແຂວງ​ຫົວ​ພັນ, ຫຼວງ​ພ​ຣະ​ບາງ, ວຽງ​ຈັນ, ສວັນ ປາກ​ເຊ, ຜູ້​ໃດ​ກາຍໄປ​ກໍ​ແວ່​ຢາມ​ທ່ານ​ສີ​ສຸ​ວັນ

 ດ້ວຍ​ໄມ​ຕ​ຣີ​ຈິດ​ແລະຄວາມ​ຮັກ​ແພງ, ລວມ​ທັງ​ບັນ​ໝູ່​ຈາກ​ຕ່າງ​ແດນ ເມື່ອ​ໄປ​ຢາມ​ລາວ​ກໍ​ພາ​ກັນ​ໄປ​ແວ່. ​ທ່ານ ສີ​ສຸ​ວັນ ຕັ້ງ​ເປັນ ຄົນ​ດີ​ອີ່ຫຼີ ​ນັບ​ວ່າ ຂ້າ​ພະ​ເຈົ້າເປັນ​ຜູ້​ໂຊກ​ດີ​ຄົນ​ນຶ່ງ​ທີ່ ເປັນ​ໄດ້​ເພື່ອນ​ໄກ້​ສິດ​ຮັກ​ແພງ​ກັບ

 ທ່ານ​ສີ​ສຸ​ວັນ ໄດ້​ເກືອບ ຫ້າ​ສິ​ບ​ປີ ແລ້ວ. 

 ເຖິງເພື່ອນຈະຈາກໄປແບບບໍ່ມີວັນກັບ ແຕ່ເພື່ອນຈະຢູ່ໃນຫົວໃຈຂອງເຮົາສເມີ ຂໍໃຫ້ດວງວິນຍານຂອງເພື່ອນຈົ່ງໄປສູ່ສຸຂຕິດ້ວຍເທີ້ນ

ດ້ວຍ​ຄວາມຈິງ​ໃຈ, ຮັກ​ແພງ ແລະ ນັບ​ຖື ຈາກ​ເຮົາ  ແກ້ວ​ອຸ​ດອນ ເດດ​ວົງ​ສາ, Co-founder and Lyceesavanh Webmaster (USA)

xxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxxx

 

 

 

 

ຂໍ​ໃຫ້​ດວງວິນ​ຍານ ຂອງ​ທ່ານ ສີ​ສຸ​ວັນ ສັງ​ບົວ​ບູລົມ ຈົ່ງ​ໄ​ປ​ສູ່​ສຸ​ຂ​ຕິ​ດ້ວຍ​ເທີ້ນ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

Main Home    Our Mission Members    About Us    Photo Gallery       Slide Show Music Educational Links Contact Us

Copyright © 2007 by Lycee de Savannakhet alumni and its group.